ເພັກເກັດ 2 : ຍ່າງປ່າ 6-7 ຊົ່ວໂມງສາຍປາໂລມາ ລາຄາເລີ່ມຕົ້ນ 1.600.000 ກີບ \ 5 ຄົນລົງມາ Package 2: 6-7 hours of hiking with dolphin watching, starting price 1,600,000 kip \ 5 people or more 套餐二:6-7小时徒步旅行,含观赏海豚,起价1,600,000基普/5人及以上
·ກໍລະນີແຂກພັກແຮມຄ້າງຄືນທີ່ລີສອດພູຫຍ້າຄາ
ເພັກເກັດ
2 ການຍ່າງປ່າ 6-7 ຊົ່ວໂມງໃຊ້ເວລາໜື່ງວັນເຕັມປະມານ
12 ກິໂລແມັດຄື: ເລີມປະມານ 9 ໂມງເຊົ້າອອກຈາກຈຸດລີສອດເດີນທາງໄປຕາມເສັ້ນທາງຍ່າງປ່າຂື້ນລົງໄຕ່ສັນພູຜ່ານປ່າດົງທີ່ອຸດົມສົມບູນເຕັມໄປດ້ວຍຄວາມຮູ້ສຶກຕື່ນເຕັ້ນຕະຫຼອດໄລຍະການເດີນທາງ
ປະມານ 4 ກິໂລແມັດກໍ່ຮອດສະຖານທີ່ທີ່ສວຍງາມທີ່ສຸດຄືເຂດຈອມພູປາໂລມາ
ທ່ານຈະໄດ້ເຫັນກ້ອນຫີນທີ່ເປັນເກັດງູ,ເກັດເຕົ່າ ສີ່ງທີ່ແປກປະລາດຫນ້າອັດສະຈັນທີ່ສຸດຄື
ຫີນງູ,ຫີນເຕົ່າ,ຫີນປາໂລມາ ແລະ
ຫີນອື່ນໆສະລັບຊັບຊ້ອນກັບພຶດພັນພິເສດໃນເຂດບໍລິເວນສະຖານທີ່ແຫ່ງນີ້ ແລະ
ທ່ານຈະຮູ້ສຶກອາລັງການເທິງຈອມພູປາໂລມາ.
ຮອດໃນເວລາປະມານ 11 ໂມງ ມີເວລາ
1 ຊົ່ວໂມງພັກຜ່ອນ ແລະ ເກັບພາບຮັບປະທານອາຫານທ່ຽງ.
ຮອດເວລາ 12:30 - 13
ໂມງກຽມເດີນທາງລົງໄປທາງໜ້າຕາມເສັ້ນທາງຍ່າງປ່າໄປຫາຈຸດລີສອດໂດຍຜ່ານປ່າໄມ້ປ່າດົງທີ່ອຸດົມສົມບູນຕະຫຼອດໄລຍະທາງ
ທ່ານຈະໄດ້ສຳຜັດທຳມະຊາດທີ່ສວຍງາມເຕັມໄປດ້ວຍພຶດພັນນາໆຊະນິດພ້ອມສຽງນົກສຽງແມງເປັນຕາອອນຊອນພ້ອມດ້ວຍຄວາມຕື່ນເຕັ້ນຄວາມຮູ້ສຶກທຸກບັນຍາກາດໃນການເດີນປ່າ
ຕະຫຼອດ 4-5 ຊົ່ວໂມງຮອດຈຸດລີຊອດປະມານ 16-17 ໂມງ. ແລ້ວແຂກສາມາດເດີນທາງກັບຫຼັກ 32 ໄປອຸດົມໄຊຕາມເປົ້າໝາຍປາຍທາງຂອງແຂກ(ຖືວ່າຈົບການເດີນທາງເພັກເກັດ2).
.jpg)
%201.1%20%E0%BA%81%E0%BB%8D%E0%BA%A5%E0%BA%B0%E0%BA%99%E0%BA%B5%E0%BA%99%E0%BB%8D%E0%BA%B2%E0%BB%80%E0%BA%95%E0%BA%B1%E0%BB%89%E0%BA%99%E0%BB%80%E0%BA%82%E0%BA%BB%E0%BB%89%E0%BB%89%E0%BA%B2%E0%BB%80%E0%BA%AD%E0%BA%87%20250.000%20Lak%E0%BA%84%E0%BA%B7%E0%BA%99%E0%BB%80%E0%BA%95%E0%BA%B1%E0%BB%89%E0%BA%99.%201.2%20%E0%BA%A5%E0%BA%B2%E0%BA%84%E0%BA%B2%E0%BA%99%E0%BA%AD%E0%BA%99%E0%BB%80%E0%BA%95%E0%BA%B1%E0%BB%89%E0%BA%99%E0%BB%80%E0%BA%8A%E0%BA%BB%E0%BB%88%E0%BA%B2%20500.000%20Lak%E0%BA%84%E0%BA%B7%E0%BA%99%E0%BB%80%E0%BA%95%E0%BA%B1%E0%BB%89%E0%BA%99.%20%20(1).png)


















