ບໍລິສັດຍອດນໍ້າງາ ພັດທະນາຈຳກັດຜູ້ດຽວ ສະຖານທີ່ຕັ້ງ: ບ້ານຫຼັກ32 ມ ໄຊ. ຂ. ອຸດົມໄຊ ຫ່າງຈາກຕົວເມືອງໄຊ32ກີໂລແມັດ ໄປເສັ້ນທາງ13 ເຫນືອອຸດົມໄຊ-ຫຼວງພະບາງ ແຍກຈາກບາ້ນຫຼັກ32 ຂື້ນໄປ 8 ກີໂລແມັດ.
ແຂວງອຸດົມໄຊ ອະນຸຍາດໃຫ້ບໍລິສັດລົງທຶນພັດທະນາແຫລ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ໃນເນື້ອທີ່ທັງໝົດ 1.967 ກວ່າເຮັກຕາ ໃນນັ້ນ, ເນື້ອທີ່ສຳປະທານ ເພື່ອພັດທະນາ ເປັນເຂດບໍລິການ ມີເນື້ອທີ່ 6 ເຮັກຕາກວ່າ ແລະ ເນື້ອທີ່ສະຫງວນໄວ້ ເປັນແຫລ່ງທ່ອງທ່ຽວ ແບບອະນຸລັກທໍາມະຊາດ 1.961 ເຮັກຕາ ໂດຍແມ່ນບໍລິສັດ ເປັນຜູ້ຮັບຜິດຊອບ ພຽງຜູ້ດຽວທາງດ້ານທຶນຮອນ 100% ໃນມູນຄ່າ2.286.000 ໂດລາ ເຊິ່ງມີອາຍຸສັນຍາ 50 ປີ ໂດຍມີກິດ 6 ກິດຈະກຳຫລັກຄື: ທ່ອງທ່ຽວປ່າທໍາມະຊາດ ເຊັ່ນ: ທ່ຽວຊົມນ້ຳຕົກຕາດ, ຍ່າງຊົມທໍາມະຊາດ ແລະ ຂີ່ສະລິງ, ທ່ອງທ່ຽວ ດ້ານວັດທະນະທໍາ ເຊັ່ນ: ຊົມສິລະປະວັນນະຄະດີ, ຊົມວິຖີດໍາລົງຊີວິດຂອງຊົນເຜົ່າ, ຊົມການຕໍ່າຫູກ, ຈັກສານ, ຊົມການປູກພືດຜັກ ແລະ ໝາກໄມ້, ມີບໍລິການສະຖານທີ່ພັກເຊົາ ເຊັ່ນ: ຮ້ານອາຫານ, ເຮືອນພັກ, ກາງເຕັ້ນ, ໂຮມສະເຕ, ບໍລິການ ອາຫານ, ເຄືອງດື່ມ ແລະ ຍັງມີບໍລິການດ້ານການບໍາບັດສຸຂະພາບ, ສະຖານທີ່ອອກກໍາລັງກາຍ ແລະ ນວດຜ່ອນຄາຍ.ສອບຖາມຂໍໍ້ມູນ /Contact Person 020-56476481 020-54950734 020-59522234 02096594935
.png)
.jpg)